ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບວຽກງານ ປກຊ-ປກສ 4 ແຂວງ ພາກເໜືອ ແລະ 1 ກອງພົນ ປະຈໍາປີ 2023

     ກອງປະຊຸມສະຫຼຸບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງພາກເໜືອ ແລະ 1 ກອງພົນ (ແຂວງຜົ້ງສາລີ, ຫຼວງນໍ້າ
ທາ, ອຸດົມໄຊ, ບໍ່ແກ້ວ ແລະ ກອງພົນທີ 3) ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ທີ່ແຂວງຜົ້ງສາລີ ເປັນເຈົ້າພາບ ໄດ້
ຈັດຂຶ້ນໃນວັນທີ 9 ກຸມພາ 2024ນີ້, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມ ການເມືອງ
ສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ
ປະເທດ, ມີປະທານ, ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ, ຄະນະພັກ-ຄະນະບັນຊາກອງພົນທີ 3, ຫ້ອງ
ວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກຳມະທິການ ປກຊ-ປກສ ສະພາແຫ່ງຊາດ, ຫ້ອງການ
ຄະນະກຳມະການ ປກຊ-ປກສ ສູນກາງ, ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ບັນດາເຈົ້າເມືອງ, ພະແນກການ
ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຮອງປະທານ, ຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ແຂວງ, ຫົວໜ້າການເມືອງ
ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຜ່ານບົດສະຫຼຸບ​ ຕີລາຄາສະພາບການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
4 ແຂວງ ແລະ 1 ກອງພົນ ໃນໄລຍະຜ່ານມາ, ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ, ລັດຖະບານ ກໍຄື ຄະນະກຳມະການປ້ອງກັນຊາດ-
ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ, ຄະນະພັກ-ຄະນະບັນຊາ ກໍາລັງປະກອບອາວຸດ, ກຳລັງຫຼວງ-ກຳລັງທ້ອງຖິ່ນ ໄດ້ພ້ອມກັນຈັດຕັ້ງຜັນ
ຂະຫຍາຍມະຕິກອງປະຊຸມໃຫຍ່ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນ
ຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກ 4 ແຂວງ ແລະ ມະຕິກອງປະຊຸມວຽກງານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ 4 ແຂວງ ແລະ 1 ກອງພົນ ປະຈຳປີ 2022 ຜ່ານມາ, ເຊິ່ງສາມາດຍາດ ໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນສາມາດຮັກ
ສາໄດ້ສະຖຽນລະພາບ, ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ລະບົບການຈັດຕັ້ງນັບແຕ່ຂັ້ນ
ຮາກຖານ, ເມືອງ ແລະ ແຂວງ ໄດ້ມີການປັບປຸງໜັກແໜ້ນເຂັ້ມແຂງ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ກຳລັງ ປກຊ-ປກສ ແລະ
ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ກຳລັງ ປກຊ-ປກສ ໄດ້ມີການເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝ. ພ້ອມກັນນີ້, ຄະນະພັກ-ຄະ
ນະບັນຊາແຕ່ສູນກາງຮອດທ້ອງຖິ່ນ ຍັງໄດ້ສຸມໃສ່ຊີ້ນໍາ ຢ່າງໃກ້ຊິດຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາສະຫງົບຢູ່ 4 ແຂວງ ຢ່າງແຂງ
ແຮງ, ເປັນຂະບວນການຟົດຟື້ນ, ກວ້າງຂວາງ ແລະ ຕໍ່ເນື່ອງ. ໂດຍສັງລວມແລ້ວ, ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ ການເມືອງຂອງ
ກຳລັງ ປກຊ-ປກສ 4 ແຂວງ ແລະ 1 ກອງພົນ ສາມາດປະຕິບັດໜ້າທີ່ອັນມີກຽດຂອງ ຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນ
ສຳເລັດ. ໃນກອງປະຊຸມຜູ້ແທນຍັງໄດ້ພ້ອມກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ກຳລັງ ປກຊ-ປກສ ທຸກຂັ້ນ, ພ້ອມ
ດ້ວຍອໍານາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ ແລະ ແຂວງ ບໍ່ແກ້ວ
ສ້າງມາໄດ້ໃນຕະຫຼອດໄລຍະຜ່ານມາ ພ້ອມທັງ, ຍັງໄດ້ເນັ້ນໜັກໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອໍານາດການປົກຄອງ
ທ້ອງຖິ່ນທຸກຂັ້ນ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກວາງອອກ, ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ ໃຫ້ມີຄວາມສະຫງົບໝັ້ນຄົງ ແລະ ເຕີບໃຫຍ່ເຂັ້ມແຂງ, ສືບຕໍ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ, ພັດທະ
ນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ 4 ແຂວງ ມີຄວາມສະຫງົບໜັກ ແໜ້ນ ແລະ ມີການພັດທະນາຢ່າງຕໍ່ເນື່ອງ.

ແຫຼ່ງຂ່າວໂດຍ ນາງ ຍ້ອມເພັດ
ວັນທີ 12/02/2024